ຫີນບູນ ອັບເດດ Hinboun Update

ຫີນບູນ ອັບເດດ Hinboun Update ຂ່າວສານເມືອງຫີນບູນ

ขอบคุณผู้ติดตามใหม่ทุกคน! ดีใจที่มาติดตามกัน! Nang Lit, Missllhlt Xyr, Khamsouk Khavong
26/06/2025

ขอบคุณผู้ติดตามใหม่ทุกคน! ดีใจที่มาติดตามกัน! Nang Lit, Missllhlt Xyr, Khamsouk Khavong

13/06/2025

ສອບເສັງຈົບຊັ້ນມັດທະຍົມຕົ້ນ ສົກຮຽນ 2024 -2025

ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ, ພ້ອມດ້ວຍທີມງານຈາກປະເທດຍີ່ປຸ່ນລົງເກັບກໍາຂໍ້ມູນບ້ານປະສົບໄພນ້ຳຖ້ວມຢູ່ເມືອງຫີນບູນ…………………. ໃນ...
12/06/2025

ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ, ພ້ອມດ້ວຍທີມງານຈາກປະເທດຍີ່ປຸ່ນລົງເກັບກໍາຂໍ້ມູນບ້ານປະສົບໄພນ້ຳຖ້ວມຢູ່ເມືອງຫີນບູນ
………………….
ໃນວັນທີ 11 ມິຖຸນາ 2025 ນີ້ ນັກສຶກສາຄະນະປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບທີມງານຈາກປະເທດຍີ່ປຸ່ນ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນບ້ານປະສົບໄພນ້ຳຖ້ວມ ຢູ່ທີ່ບ້ານນາໂພ ເມືອງຫີນບູນ ແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມໃນຄັ້ງນີ້ມີທ່ານ ນິກອນ ຄຸດມະນີ ຮອງເຈົ້າເມືອງໆຫີນບູນ, ມີຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຄູ, ອາຈານ ແລະ ການຈັດຕັ້ງບ້ານເຂົ້າຮ່ວມ. ຈຸດປະສົງໃນການເຄື່ອນໄຫວກໍ່ເພື່ອເປັນການເກັບກຳ, ລວບລວມບັນດາຂໍ້ມູນຈາກສະພາບຕົວຈິງໃນການດຳລົງຊີວິດ, ການເປັນຢູ່ຂອງປະຊາຊົນ, ສອບຖາມເຖິງຄວາມຫຍຸ້ງຫຍາກ ແລະ ມາດຕະການຮັບມືຕ່າງໆໃນໄລຍະເວລາທີ່ມີນ້ຳຖ້ວມສູງ, ເປັນຕົ້ນແມ່ນການເດີນທາງໄປມາ, ການອົບພະຍົມຜູ້ຄົນ ແລະ ອື່ນໆ. ທັງນີ້ກໍ່ເພື່ອນຳເອົາຂໍ້ມູນເຫຼົ່ານີ້ຂຶ້ນໄປຄົ້ນຄວ້າ, ສັງລວມ, ຈັດຕັ້ງປະຕິບັດຕາມໂຄງການຂອງ UN ໃນຫົວຂໍ້ສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດໂດຍຜ່ານການສ້າງສູນພັກເຊົາຊົ່ວຄາວ.

ເມືອງຫີນບູນເປີດການສອບເສັງຈົບຊັ້ນມັດທະຍົມຕົ້ນ ປະຈໍາສົກຮຽນ 2024 – 2025………………………………… ພິທີເປີດການສອບເສັງຈົບຊັ້ນມັດທະຍົມຕົ້ນ ...
11/06/2025

ເມືອງຫີນບູນເປີດການສອບເສັງຈົບຊັ້ນມັດທະຍົມຕົ້ນ ປະຈໍາສົກຮຽນ 2024 – 2025
…………………………………
ພິທີເປີດການສອບເສັງຈົບຊັ້ນມັດທະຍົມຕົ້ນ ມ4 ປະຈໍາສົກຮຽນ 2024 - 2025 ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2025 ຢູ່ທີ່ໂຮງຮຽນມັດທະຍົມສົມບູນຫີນບູນ ບ້ານຄຳແກ້ວ ເມືອງຫີນບູນ ແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມມີທ່ານ ນິກອນ ຄຸດມະນີ ຮອງເຈົ້າເມືອງໆຫີນບູນ, ທ່ານ ຄໍາຫຼາວ ໄຊໂກສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ, ມີບັນດາຄູ, ອາຈານ, ຄະນະຊີ້ນຳ, ຄະນະກໍາມະການສອບເສັງ, ນ້ອງນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນພິທີແມ່ນໄດ້ຮັບຟັງການລາຍງານການກຽມຄວາມພ້ອມສອບເສງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ສົກຮຽນ 2024 – 2025. ເມືອງຫີນບູນ ມີໂຮງຮຽນທັງໝົດ 133 ແຫ່ງ, ໂຮງຮຽນອະນຸບານ 35 ແຫ່ງ, ປະຖົມ 93 ແຫ່ງ, ມັດທະຍົມສົມບູນ 6 ແຫ່ງ, ມັດທະຍົມຕົ້ນ 9 ແຫ່ງ. ໃນນັ້ນມີນັກຮຽນຊັ້ນ ມ4 ທັງໝົດ 393 ຄົນ, ຍິງ 221 ຄົນ, ໄດ້ແບ່ງສູນສອບເສງອອກເປັນ 4 ແຫ່ງ ຄື: ສູນ ມສ ຫີນບູນໄຕ້ ມີໂຮງຮຽນ 3 ແຫ່ງ ມີ ໂຮງຮຽນ ມສ ຫີນບູນໄຕ້, ມສ ໄຊສົມບູນ, ມສ ທ່າໝີ, ມີ 6 ຫ້ອງສອບ, ມີນັກຮຽນສອບ 111 ຄົນ, ຍິງ 59 ຄົນ. ສູນ ມສ ຫີນບູນ ມີໂຮງຮຽນ 4 ແຫ່ງ, ມີ ໂຮງຮຽນ ມສ ຫີນບູນ, ມຕ ນາໂນ, ມຕ ສຶກສາສົງ, ມສ ບ້ານຫາດ, ມີ 6 ຫ້ອງສອບ, ມີນັກສອບທັງໝົດ 128 ຄົນ, ຍິງ 69 ຄົນ. ສູນ ມສ ບ້ານພົງ ມີໂຮງຮຽນ 4 ແຫ່ງ, ມີໂຮງຮຽນ ມສ ວຽງທອງ, ມສ ບ້ານພົງ, ມສ ປຸ່ງເໜືອ, ມຕ ປາກທຶກ, ມີ 4 ຫ້ອງສອບ, ມີນັກສອບ 75 ຄົນ, ຍິງ 48 ຄົນ. ສູນ ມສ ມ່ວງໄຂ່ ມີໂຮງຮຽນ 4 ແຫ່ງ, ມີ ໂຮງຮຽນ ມສ ມ່ວງໄຂ່, ມຕ ຫົວນາ, ມຕ ບໍ່ແໜ່ງ, ມຕ ໜອງຊື່ນ, ມີ 4 ຫ້ອງສອບ, ມີນັກສອບ 79 ຄົນ, ຍິງ 45 ຄົນ, ມີກໍາມະການຍາມຫ້ອງສອບເສັງ 40 ທ່ານ, ພະນັກງານແພດ 8 ທ່ານ ແລະ ພະນັກງານປ້ອງກັນຄວາມສະຫງົບ 8 ທ່ານ. ສໍາລັບການສອບເສັງປະກອບມີ 5 ວິຊາຄື: ວິຊາພາສາລາວ - ວັນນະຄະດີ, ວິຊາວິທະຍາສາດ - ສັງຄົມ, ວິທະຍາສາດ - ທໍາມະຊາດ, ຄະນິດສາດ ແລະ ວິຊາພາສາອັງກິດ. ໃນພິທີທ່ານ ນິກອນ ຄຸດມະນີ ຍັງໄດ້ມີຄໍາເຫັນໂອລົມ, ພ້ອມທັງກ່າວເປີດພິທີ ເຊິ່ງກ່ອນອື່ນທ່ານໄດ້ຮຽກຮ້ອງມາຍັງຄະນະກໍາມະການ, ຄູອາຈານທຸກພາກສ່ວນ, ຕະຫຼອດຮອດນ້ອງນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບໃນການສອບເສັງຢ່າງເຂັ່ມງວດ ເພື່ອເຮັດໃຫ້ການສອບເສັງໃນຄັ້ງນີ້ມີປະສິດຕິພາບ, ປະສິຕິຜົນບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ການສອບແມ່ນຈະໄດ້ດຳເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 11- 13 ມິຖຸນາ 2025 ຈຶ່ງຈະສໍາເລັດ.

ການນຳຂັ້ນແຂວງ, ຂັ້ນເມືອງຮ່ວມກັນປູກຕົ້ນໄມ້ ເນື່ອງໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 45 ປີ..................ໃ...
30/05/2025

ການນຳຂັ້ນແຂວງ, ຂັ້ນເມືອງຮ່ວມກັນປູກຕົ້ນໄມ້ ເນື່ອງໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 45 ປີ..................
ໃນວັນທີ 30 ພຶດສະພາ 2025 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ, ທ່ານ ຄຳສິງ ອໍລະວັນ ເຈົ້າເມືອງໆຫີນບູນ ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນເມືອງ ແລະ ການຈັດຕັ້ງບ້ານ, ຕາງໜ້າບໍລິສັດ ແລະ ແຂກ ຮ່ວມກັນປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຢູ່ທີ່ບ້ານໂພນສະອາດ ເມືອງຫີນບູນ ແຂວງຄຳມ່ວນ.

11/05/2025

ຜູ້ປະສານໂຄງການພູມມີທັດ ແລະ ຊີວິດການເປັນຢູ່ໃນ ສ ປ ປ ລາວ ແຂວງຄຳມ່ວນ ລາຍງານຄວາມເປັນມາ ແລະ ການກໍ່ສ້າງອາຄານຂອງໂຄງການ ປະຈຳເມືອງຫີນບູນ

ເມືອງຫີນບູນອອກແຈ້ງການສະກັດກັ້ນ ແລະ ເຝົ້າລະວັງພະຍາດໄຂ້ເລືອດດຳ ທີ່ເກີດຈາດສັດປະເພດງົວ, ຄວາຍ, ແລະ, ແບ້, ມ້າ
08/05/2025

ເມືອງຫີນບູນອອກແຈ້ງການສະກັດກັ້ນ ແລະ ເຝົ້າລະວັງພະຍາດໄຂ້ເລືອດດຳ ທີ່ເກີດຈາດສັດປະເພດງົວ, ຄວາຍ, ແລະ, ແບ້, ມ້າ

23/04/2025

ฉันได้รับการแสดงความรู้สึกและความคิดเห็น 500 รายการบนโพสต์ของฉันเมื่อสัปดาห์ที่แล้ว! ขอบคุณทุกคนสำหรับการสนับสนุน! 🎉

ເມືອງຫີນບູນນໍາເອົາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເຂົ້າຮ່ວມໃນງານຕະຫຼາດກາງຄືນຕິດພັນກັບປີທ່ອງທ່ຽວລາວ 2024 ຢູ່ທີ່ ແຂວງຄໍາມ່ວນ…...
05/02/2024

ເມືອງຫີນບູນນໍາເອົາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເຂົ້າຮ່ວມໃນງານຕະຫຼາດ
ກາງຄືນຕິດພັນກັບປີທ່ອງທ່ຽວລາວ 2024 ຢູ່ທີ່ ແຂວງຄໍາມ່ວນ
…………………
ໃນລະຫວ່າງ ວັນທີ່ 28 ມັງກອນ ຫາ 5 ກຸມພາ 2024 ເມືອງຫີນບູນ ໄດ້ນໍາເອົາ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນມາວາງສະແດງໃນງານເປີດຕະຫຼາດກາງຄືນເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ຢູ່ທີ່ ເມືອງທ່າແຂກ ແຂວງຄໍາມ່ວນ ພາຍໃນງານ ໄດ້ມີຫຼາກຫຼາຍກິດຈະກໍາ ເປັນຕົ້ນແມ່ນງານວາງສະແດງສິນຄ້າຕ່າງໆ ທີ່ມີບັນດາ 10 ຕົວເມືອງ, ພ້ອມດ້ວຍປະຊາຊົນ, ພໍ່ຄ້າຊາວຂາຍເຂົ້າຮວ່ມ. ໂດຍສະເພາະເມືອງຫີນບູນກໍ່ໄດ້ນໍາເອົາສິນຄ້າທີ່ໄດ້ຮັບກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນເຂົ້າມາວາງສະແດງ ແລະ ຈໍາໜ່າຍ ໃນຄັ້ງນີ້ແມ່ນມີທັງເຄື່ອງຫັດຖະກໍາ ແລະ ສິນຄ້າກະສິກຳ ໃນນັ້ນມີ: ຟອຍ, ກະຕ່າ, ກະບຸງ, ຂ້ອງ, ໝາກສາລີ, ຖົ່ວດິນ, ມັນດ້າງ, ໝາກແຕງ, ຜັກກະລໍ່າ ແລະ ອື່ນໆ. ໃນຄັ້ງນີ້ນອກຈາກເປັນການວາງສະແດງ ແລະ ຈຳໜ່າຍສິ້ນຄ້າແລ້ວ ຍັງເປັນເວທີໜຶ່ງທີ່ສາມາດ ຕອບສະໜອງໃຫ້ແກ່ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນແລກປ່ຽນຂໍ້ມູນຂ່າວສານ, ການພົວພັນ, ການຜະລິດ, ການພົວພັນລະຫວ່າງພາກລັດ, ພາກທຸລະກິດ ແລະ ປະຊາຊົນພ້ອມທັງເປັນການ ສ້າງເງື່ອນໄຂໃນການເກັບກໍາຂໍ້ມູນ ຄວາມຕ້ອງການ ຂອງຜູ້ຊົມໃຊ້ເພື່ອນໍາໄປປັບປຸງຜະລິດຕະພັນ ແລະ ການບໍລິການຂອງຕົນໃຫ້ມີຄຸນນະພາບ ນັບມື້ນັບດີ ຂຶ້ນໄປເລື້ອຍໆ.
ຂ່າວໂດຍ: ທ່ານ ນາງ ລຳພູນ ສຸລິວົງ

ที่อยู่

Tha-Uthen
12050

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ ຫີນບູນ ອັບເດດ Hinboun Updateผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

แชร์