24/04/2026
1. ໃຜຕ້ອງຮັບຜິດຊອບ?
ກ່ອນອື່ນໝົດ,ບໍລິສັດຂົນສົ່ງຮັບຜິດຊອບໃຊ້ແທນກ່ອນ (ໂດຍຜ່ານລະບົບປະກັນໄພທີ່ບໍລິສັດໄດ້ເຮັດໄວ້)ໃຊ້ແທນຊົດເຊີຍຄ່າເສຍຫາຍທາງແພ່ງໃຫ້ແກ່ຜູ້ປະສົບອຸບັດຕິເຫດກ່ອນ, ຫຼັງຈາກນັ້ນຈຶ່ງມີການພິສູດວ່າຜູ້ຂັບຂີ່ໄດ້ຂັບຂີ່ດ້ວຍຄວາມປະໝາດ ຫຼື ບໍ່?
2. ເປັນຫຍັງບໍລິສັດຈຶ່ງຕ້ອງຮັບຜິດຊອບກ່ອນ?
ຕາມມາດຕາ 486 ປະມວນກົດໝາຍແພ່ງ 2024 , ຜູ້ໃຊ້ວຽກມີພັນທະຮັບຜິດຊອບໃຊ້ແທນຄ່າເສຍຫາຍ ທີ່ເກີດຈາກການກະທຳຂອງຜູ້ຮັບໃຊ້ວຽກຂອງຕົນ. ໃນກໍລະນີທີ່ຄວາມເສຍຫາຍນັ້ນເກີດຈາກຄວາມຜິດຮ້າຍແຮງ, ຜູ້ໃຊ້ວຽກຈະເປັນຜູ້ສຳລະຄ່າເສຍຫາຍໃຫ້ແກ່ຜູ້ຖືກເຄາະຮ້າຍກ່ອນ, ຈາກນັ້ນຈຶ່ງສາມາດທວງເອົາຄືນນຳຜູ້ຮັບໃຊ້ວຽກໃນພາຍຫຼັງ.
ຖານະນິຕິບຸກຄົນ: ບໍລິສັດໄດ້ຮັບຜົນປະໂຫຍດຈາກການບໍລິການ (ຄ່າໂດຍສານ).
ຄວາມໝັ້ນຄົງ: ບໍລິສັດມີສະຖານະທາງດ້ານການເງິນທີ່ແນ່ນອນກວ່າຜູ້ຂັບ.
ເພື່ອຜູ້ຖືກເຄາະຮ້າຍ: ເພື່ອໃຫ້ໝັ້ນໃຈວ່າຜູ້ປະສົບເຫດຈະໄດ້ຮັບການຊົດເຊີຍທີ່ແນ່ນອນ ແລະ ທັນທ່ວງທີທີ່ສຸດ.
3. ຄວາມຮັບຜິດຊອບຂອງຜູ້ຂັບຂີ່
- ກໍລະນີຜູ້ຂັບປະໝາດ: ຫາກເຫດເກີດຈາກການຂັບໄວ, ມຶນເມົາ ຫຼື ບໍ່ກວດກາເຕັກນິກລົດ, ຜູ້ຂັບຕ້ອງໄດ້ໃຊ້ແທນໃຫ້ບໍລິສັດຄືນ ໃນສ່ວນທີ່ບໍລິສັດໄດ້ຈ່າຍໃຫ້ຜູ້ຖືກເຄາະຮ້າຍໄປກ່ອນນັ້ນ.
- ກໍລະນີຜູ້ຂັບ "ບໍ່ຜິດ 100%": (ເຊັ່ນ: ລົດຄັນອື່ນມາຕຳ) ບໍລິສັດ ແລະ ປະກັນໄພ ຍັງຕ້ອງເບິ່ງແຍງລູກຄ້າ (ຜູ້ໂດຍສານ) ກ່ອນຕາມສັນຍາການຂົນສົ່ງ, ແລ້ວບໍລິສັດຈຶ່ງມີສິດໄປຟ້ອງຮ້ອງໄລ່ລຽງຄ່າເສຍຫາຍນຳຄູ່ກໍລະນີ (ລົດຄັນທີ່ມາຕຳ) ໃນພາຍຫຼັງ.
4. ໂທດທາງອາຍາ
ເຖິງວ່າທາງແພ່ງບໍລິສັດຈະຊ່ວຍກ່ອນ, ແຕ່ ໂທດທາງອາຍາ (ຕິດຄຸກ) ໃນກໍລະນີມີຄົນບາດເຈັບສາຫັດ ໂທດຕັດອິດສະລະພາບ 6 ເດືອນ ຫາ 3 ປີ,ປັບໃໝ 3,000,000 - 15 ,000,000 ກີບ (ມາດຕາ 209 ) ຫຼື ເສຍຊີວິດ ໂທດຕັດອິດສະລະພາບ 6 ເດືອນ ຫາ 5 ປີ, ປັບໃໝ 2,000,000 - 10,000,000 ກີບ ກໍລະນີເສຍຊີວິດ ສອງຄົນຂື້ນໄປ ໂທດ 3 ປີ ຫາ 10 ປີ ,ປັບໃໝ 10,000,000 - 30,000,000 ກີບ ( ມາດຕາ 208 ), ຜູ້ຂັບຂີ່ ຕ້ອງໄດ້ຮັບໂທດຕາມກົດໝາຍຢ່າງປາສະຈາກບໍ່ໄດ້.
ແຕ່ວ່າ ຄວາມຮັບຜິດຊອບທາງອາຍາຈະເກີດຂຶ້ນກໍຕໍ່ເມື່ອມີຄວາມປະໝາດ ຫຼື ເຈດຕະນາເທົ່ານັ້ນ. ຫາກພິສູດໄດ້ວ່າບໍ່ມີຄວາມຜິດ " ຜູ້ຂັບຂີ່ກໍບໍ່ຕ້ອງຮັບໂທດທາງອາຍາ ".
ຂອບໃຈທີ່ອ່ານທີ່ສະລະເວລາອ່ານຈົນຈົບ
#ສະຫວັນ ສັນຕິພາບ ຂ່າວ