
09/24/2021
ໝູ່ໃນແຕ່ລະຊ່ວງໄວຕ່າງໆ 👩🏻🌾👨🏻⚕️👷🏻♂️👨🏻🍳
ຈະແຕກຕ່າງກັນໄປຕາມສະຖານທີ່ ແລະ ສິ່ງແວດລ້ອມ
ເຮົາຈະສາມາດແບ່ງກຸ່ມໝູ່ອອກໄດ້ເປັນ 3 ກຸ່ມໃຫຍ່ດັ່ງ
1.ໝູ່ສະໄໝມັດທະຍົມ
2.ໝູ່ສະໄໝມະຫາໄລ ແລະ
3.ໝູ່ສະໄໝເຮັດວຽກ ຫຼື ເອີ້ນວ່າ(ເພື່ອນຮ່ວມງານ)
ເຊິ່ງໝູ່ແຕ່ລະຊ່ວງກໍ່ຈະມີຄວາມແຕກຕ່າງກັນ
ໝູ່ສະໄໝຮຽນມັກເປັນໝູ່ທີ່ສະໜິດ ແລະ ຜູກພັນຫຼາຍທີ່ສຸດ
ໝູ່ສະໄໝຮຽນມະຫາໄລມັກເປັນໝູ່ທີ່ຄົບກັນຍາວນານທີ່ສຸດຢູ່ໃນຊ່ວງເວລາຕ່າງໆຂອງຊີວິດຫຼາຍທີ່ສຸດ
ສ່ວນໝູ່ທີ່ມີຄວາມຊັບຊ້ອນຫຼາຍທີ່ສຸດຄື: ເພື່ອນຮ່ວມງານ
ຖ້າຖາມວ່າ: ເປັນຫຍັງຂ້ອຍຄືຄິດແບບນັ້ນ?
ອາດຍ້ອນວ່າ: ໝູ່ທີ່ຮຽນນຳກັນມັກຈະເປັນກຸ່ມທີ່ມີຄວາມສົນໃຈຄ້າຍໆກັບເຮົາ, ເປັນໄວດຽວກັນກັບເຮົາ, ບໍ່ວ່າຈະເປັນທັງຕອນຮຽນມັດທະຍົມ ແລະ ມະຫາໄລ
ເຊິ່ງໃນຂະນະທີ່ເພື່ອນຮ່ວມງານແຕ່ລະຄົນຈະມີພື້ນຖານໃນເລື່ອງຄວາມສົນໃຈທີ່ບໍ່ຄືກັນ
ແຕ່ທັ້ງໆທີ່ເພື່ອນຮ່ວມງານເປັນໝູ່ທີ່ມີຄວາມຊັບຊ້ອນຫຼາຍທີ່ສຸດແຕ່ເວລາສ່ວນໃຫຍ່ໃນຊີວິດຂອງເຮົາຈະຢູ່ກັບເພື່ອນຮ່ວມງານ (ບາງຄົນ 2ປີ 5ປີ ຫຼື 20 30ປີ)
ຈະມີຫຼາຍຄົນທີ່ຮູ້ສຶກວ່າກັບເພື່ອນຮ່ວມງານບາງຄົນຢູ່ນໍາລະອຶດອັດ ຢູ່ນໍາແລ້ວບໍ່ສະບາຍໃຈ
ຂ້ອຍຈະບອກວ່າ: ເຮົາສາມາດເລືອກໝູ່ໃນຊີວິດຈິງເຮົາໄດ້
ແຕ່
ຖ້າເຮົາບໍ່ໄດ້ເປັນເຈົ້າຂອງກິດຈະການເອງ ເຮົາບໍ່ມີທາງເລືອກເພື່ອນຮ່ວມງານໄດ້ເອງດອກ
ແຕ່ທີ່ເຮົາເຮັດໄດ້ຄື: ການເຂົ້າໃຈ ເຖິງວ່າເຮົາຈະເລືອກເພື່ອນຮ່ວມງານບໍ່ໄດ້ ແຕ່ເຮົາເລືອກໄດ້ທີ່ຈະໃຫ້ຄວາມສະໜິດກັບໃຜ ຫຼື ໃກ້ຊິດກັບເພື່ອນຮ່ວມງານຄົນໃດ
ແນ່ນອນ
ຄົນເຮົາບໍ່ຄວນເປັນສັດຕູກັນ ແຕ່ກໍ່ບໍ່ແມ່ນເພື່ອນຮ່ວມງານທຸກຄົນເຊັ່ນກັນທີ່ເຮົາຕ້ອງເປັນເພື່ອນກັບເຂົາຖ້າສິ່ງນັ້ນເປັນສິ່ງທີ່ຝືນຄວາມຮູ້ສຶກ ແລະ ເຮົາສຳພັດບໍ່ໄດ້ເຖິງຄວາມຈິງໃຈ
ສິ່ງທີ່ດີທີ່ສຸດທີ່ເຮົາເຮັດໄດ້
ຄື: ໃຜທີ່ຢາກເປັນໝູ່ກັບເຮົາເຮົາກໍ່ຈົ່ງເປັນໝູ່ກັບເຂົາ
ແຕ່ຖ້າໃຜທີ່ບໍ່ຢາກເປັນໝູ່ກັບເຮົາ ໃຫ້ເຂົາເປັນພຽງເພື່ອນຮ່ວມງານກໍ່ພຽງພໍ
ລົມກັນເທົ່າທີ່ຈໍາເປັນ
ສື່ສານກັນສະເພາະເລື່ອງວຽກງານ
ບໍ່ບຸກລຸກພື້ນທີ່ສ່ວນໂຕຂອງແຕ່ລະຄົນ
ແລະໃຫ້ຢູ່ບົນພື້ນຖານຂອງການໃຫ້ກຽດເຊິ່ງກັນ ແລະ ກັນ
ເນື້ອໃນຈາກປຶ້ມ: โตขื้นมาเป็นความสุบ
#ມາໃໝ່ #ໜັງສື #ປຶ້ມ #ໝູ່ #ປຶ້ມໜຶ່ງໜ້າ