08/06/2026
#ຜົວໃຈໂຫດ
ເຫດການໂສກເສົ້າທີ່ສ້າງຄວາມສະເທືອນໃຈ ເກີດຂຶ້ນຢູ່ເມືອງກຣອງດ໌ຮາເວນ ສະຫະລັດອາເມລິກາ ເມື່ອຜົວໄດ້ໄປມີຄວາມສຳພັນກັບນັກຝຶກງານ ຈົນເປັນສາເຫດໃຫ້ຄອບຄົວຢ່າຮ້າງ.
ຫຼັງຈາກພັນລະຍາໄດ້ໂພສເລື່ອງລາວລົງໃນສື່ສັງຄົມ ເຮັດໃຫ້ຜົວຖືກອອກຈາກວຽກ. ດ້ວຍຄວາມບໍ່ພໍໃຈ ລາວຈຶ່ງກໍ່ເຫດສັງຫານພັນລະຍາ ແລະ ລູກໆອີກ 6 ຄົນ ກ່ອນຈະຈູດເຜົາເຮືອນ ແລະ ປິດຊີວິດຕົນເອງຕາມ ລວມຜູ້ເສຍຊີວິດ 8 ຄົນ 🥲
ຄວາມຮັກທີ່ດີ ຄືການບໍ່ນອກໃຈ. ຖ້ານອກໃຈໄປແລ້ວ ກໍບໍ່ຄວນກັບມາທຳຮ້າຍຄອບຄົວ ແລະ ລູກໆຂອງຕົນເອງ.
#ຂ່າວຕ່າງປະເທດ