Champa Muong Lao Newspaper

Champa Muong Lao Newspaper Lao Nation Flower for all Laotians worldwide
and Lao new year 2561

01/09/2026
01/09/2026
01/09/2026
01/09/2026
01/09/2026

ພັກເຮົາຍຶດໝັ້ນແນວທາງ ສັງຄົມນິຍົມ ປະຕິບັດ 11 ນະໂຍບາຍບັນລຸເປົ້າໝາຍ
ໂດຍ: ທິດດີ

ຫາກພວກເພື່ອນໄດ້ຕິດຕາມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິ ວັດລາວຜ່ານມາແລ້ວນັ້ນ ຄົງຮັບຮູ້ ແລະ ເຂົ້າໃຈເນື້ອໃນສຳຄັນຜ່ານກອງປະຊຸມແດ່ແລ້ວນໍ, ເຊິ່ງລາຍລະອຽດແມ່ນມີໃນມະຕິ ທີ່ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາແລ້ວນັ້ນ, ແຕ່ໃນນາມສ່ວນຕົວ ທິດດີ ເຫັນວ່າ ໂຄງການການເມືອງສະບັບທີ III ທີ່ຜ່ານໃນກອງປະຊຸມນັ້ນແມ່ນເປັນໂຄງານທີ່ມີຄວາມສຳຄັັນຫຼາຍ, ຊຶ່ງໂຄງການການເມືອງສະບັບທີ III ເປັນໂຄງການການເມືອງທີ່ກຳນົດ ທິດທາງ ວິໄສທັດອັນລະອຽດໂດຍສະເພາະມີ 11 ນະໂຍບາຍໃຫຍ່ທີ່ກຳນົດອອກໃນໂຄງການການເມືອງແຕ່ນີ້ຈົນຮອດປີ 2055 ຖືວ່າໄດ້ກຳນົດຢ່າງຊັດເຈນແລະຈະແຈ້ງໃນແຕ່ລະນະໂຍບາຍ.

ໂຄງການການເມືອງສະບັບທີ III ວ່າດ້ວຍ ການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ການສ້າງໂຄງການການເມືອງສະບັບທີ III ຂຶ້ນມາ ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ທີ່ ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດຜຸດຜ່ອງ ຈົງຮັກພັກດີຕໍ່ພັກ.

ທິດດີ ຂໍນຳສະເໜີໂດຍສັງເຂບ ເນື້ອໃນພື້ນຖານຂອງການບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາທີ່ໄດ້ບັນຈຸເຂົ້າໃນໂຄງການການເມືອງສະບັບທີ III ເຊິ່ງມີດັ່ງນີ້:
1) ຈຸດໝາຍທິດທາງໃນການບູລະນະ ລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນ ສັງຄົມນິຍົມ.
2) ສືບຕໍ່ຍູ້ແຮງການບູລະນະ ລະບອບປະຊາທິປະໄຕຊະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ ເຊິງໄດ້ວາງ 11
ແຜນນະໂຍບາຍໃຫຍ່ຄື:
ໜຶ່ງ: ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມໃຫ້ເປັນລະບົບ, ທັນສະໄໝ.
ສອງ: ຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຫັນເປັນ ດີຈີຕອນ.
ສາມ: ການປົກປັກຮັກສາ ແລະ ຟື້ນຟູ ສິ່ງແວດລ້ອມ ຮັບມືກັບການປ່ຽນແປງດິນຟ້າອາກາດ.
ສີ່ : ພັດທະນາວັດທະນະທຳ - ສັງຄົມ.
ຫ້າ : ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການ
ພັດທະນາປະເທດຊາດໃນໄລຍະໃໝ່.
ຫົກ : ສ້າງເຫງົ້າພະລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກ
ແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ.
ເຈັດ : ຍຶດໝັ້ນແນວທາງຕ່າງປະເທດຂອງພັກ.
ແປດ: ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັ້ກແໜ້ນ ຮັບປະກັນການກຳອຳນາດຂອງພັກໃຫ້ມີຄວາມ
ໝັ້ນຄົງ.
ເກົ້າ : ສ້າງລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ.
ສິບ : ເສີມຂະຫຍາຍ ມະຫາສາມັກຄີທົ່ວປວງຊົນ.
ສິບເອັດ: ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ ຢ່າງບໍ່ຢຸດຢັ້ງ.

ທັງໝົດນີ້ແມ່ນ 11 ນະໂຍບາຍໃຫຍ່ ທັງແມ່ນ ຕັບ - ບີ ທີ່ກຳນົດອອກໃນໂຄງການການເມືອງສະບັບທີ III ແຕ່ນີ້ຈົນຮອດປີ 2055 ທີ່ຢາກນຳສະເໜີໃຫ້ ບັນດາທ່ານ ໄດ້ຮັບຊາບ! ສ່ວນລາຍລະອຽດນັ້ນຄົງຈະມີການຈັດຕັ້ງເຊື່ອມຊຶມຢ່າງເປັນຂະບວນກວ້າງຂວາງໃນທົ່ວປະເທດ.

https://laophattananews.com/250605/
#ໜັງສືພິມລາວພັດທະນາ #ບົດຄວາມ #ທິດດີ #03
_______________@_______________
ສະໜັບສະໜູນຂ່າວໂດຍ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

01/09/2026
01/08/2026
01/08/2026
01/08/2026
01/08/2026
01/08/2026
01/08/2026

Address

Haltom City, TX
76117

Website

Alerts

Be the first to know and let us send you an email when Champa Muong Lao Newspaper posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Champa Muong Lao Newspaper:

Share