09/22/2023
#ຮູບພາບໃນອາດີດ
#ຮູບພາບເກົ່າໆ
ເລື່ອງຄວາມເປັນມາຂອງພະທາດຫຼວງ ຫຼື ເຈດີໂລກະຈຸລາມະນີນີ້ ມີສ່ວນພົວພັນກັບພະທາດພະນົມ ແລະ ພະທາດອື່ນໆ ທີ່ສ້າງຂຶ້ນໂດຍຊ່າງລາວບູຮານ ມີຫຼັກຖານມາຈາກບ່ອນດຽວກັນຄືໜັງສືອຸຣັງຄະນິທານ ຊຶ່ງເປັນວັນນະຄະດີບູຮານຂອງລາວເລື່ອງໜື່ງ.
ໃນໜັງສືອຸຣັງຄະນິທານ ມີເນື້ອໃນດັ່ງນີ້: ທີ່ຕັ້ງພະທາດຫຼວງນີ້ເປັນບ່ອນປະດິດສະຖານເສົາຫີນຂອງ ພະເຈົ້າອະໂສກມະຫາລາດ ແຫ່ງປະເທດອິນເດຍ ເສົາຫີນນີ້ໄດ້ບັນຈຸໄວ້ຊຶ່ງພຣະສາຣິກະທາດຂອງພະພຸດທະເຈົ້າ ທີ່ນີ້ໃນອຸຣັງຄະນິທານເອີ້ນວ່າ ໜອງຄັນແສເສື້ອນ້ຳ (1) ນອກຈາກນີ້ຍັງໄດ້ພັນລະນາເລື່ອງລາວວ່າພະພຸດທະເຈົ້າ ໄດ້ລົງມາຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ຄົງເປັນອຸບາຍຢ່າງໜຶ່ງຂອງນັກປາດລາວບູຮານ ທີ່ນຳໃຊ້ເພື່ອຊັກຈູງໃຫ້ປະຊາຊົນໃນສະໄໝນັ້ນ ເຊື່ອຖື ແລະ ເຫັນຄວາມສຳຄັນຂອງສະຖານທີ່ນັ້ນໆ.
ເຖິງຢ່າງໃດກໍ່ຕາມຫຼັກຖານທາງບູຮານຄະດີດັ່ງລັກສະນະ ແລະ ສິລະປະກຳອື່ນໆ ພໍສັນນິຖານໄດ້ວ່າ ພະທາດຫຼວງທີ່ຍັງເປັນເສົາຫີນຢູ່ນັ້ນສ້າງຂຶ້ນປະມານສະຕະວັດທີ່ 6 ພ.ສ 236 ຄື ໃນສະໄຫມອານາຈັກສີໂຄດຕະບອງ ຕາມໜັງສືອຸຣັງຄະນິທານໄດ້ກ່າວໄວ້ວ່າ ເດີມນັ້ນແມ່ນ ພະຍາບຸຣິຈັນ ຫຼື ພະເຈົ້າຈັນທະບູຮີປະສິດທິສັກ ຫຼື ບູຣິຈັນອ່ວຍລ່ວຍ ໄດ້ຮັບຄຳບອກເລົ່າຈາກພຣະເຖຣະຊາວອິນເດຍວ່າທີ່ນີ້ເປັນສະຖານທີ່ສັກສິດ ບ່ອນບັນຈຸ ພຣະສາຣິກະທາດຂອງພະພຸດທະເຈົ້າທັງຫຼາຍ (ສະໄຫມນັ້ນນະຄອນຫຼວງວຽງຈັນ ເປັນ ຫົວເມືອງຂຶ້ນຂອງ ເມືອງສີໂຄດຕະບອງ ຫຼື ມະຣຸກຂະນະຄອນ (ທ່າແຂກເກົ່າ), ບາງຕຳນານໄດ້ເວົ້າວ່າ ພາຍຫຼັງເມືອງວຽງຈັນ ເປັນ ສູນກາງ ຂອງ ອານາຈັກສີໂຄດຕະບອງ ຫຼື ອານາຈັກສີໂຄດຕະບູນ ຫຼື ມະຣຸກຂະນະຄອນ (ທ່າແຂກເກົ່າ) ແຖວປາກແມ່ນຳ້ເຊບັ້ງໄຟ.
ເມື່ອນັ້ນພະເຈົ້າຈັນທະບູຮີປະສິດທິສັກເປັນຜູ້ກໍ່ຕັ້ງ ແລະ ເປັນເຈົ້າຄອງເມືອງວຽງຈັນຜູ້ທຳອິດເປັນຫົວໜ້າພ້ອມກັບພະສົງອໍລະຫັນ 5 ອົງ ຄື:
1- ພະມະຫາ ລັດຕະນະເຖລະ
2- ພະມະຫາ ຈຸນລະລັດຕະນະເຖລະ
3- ພະມະຫາ ສຸວັນນະປາສາທະເຖລະ
4- ພະມະຫາ ຈຸນລະສຸວັນນະປາສາທະເຖລະ
5- ພະມະຫາ ສັງຄະວິຊາເຖລະ
ພະອໍຣະຫັນທັງ 5 ອົງນີ້ ແມ່ນພະສົງລາວເຊິ່ງໄດ້ໄປຮຽນສຳເລັດມາຈາກກຸງລາຊະຄຶ ປະເທດອິນເດຍ ເມື່ອກັບມາໄດ້ພາກັນເອົາພະບໍລົມມະສາລີລິກະທາດ ກະດູກຂອງພະພຸດທະເຈົ້າມານຳ (ຂໍ້ສັນນິຖານ ຕີລາຄາທີ່ 1) ເມື່ອມາຮອດ ແລ້ວກໍ່ໄດ້ພາກັນຊັກຊວນ ພະຍາຈັນທະບູລີປະສິດທິສັກ ພ້ອມດ້ວຍປະຊາຊົນຊາວເມືອງວຽງຈັນ ສ້າງທາດຂຶ້ນ ສໍາລັບບັນຈຸໃສ່ພະບໍລົມມະສາລີລິກະທາດນັ້ນໄວ້ ເປັນທີ່ໄຫວ້ພົບສັກກາລະບູຊາຕາມແບບສະບັບຂອງຜູ້ນັບຖື.
ໃນການບັນຈຸພຣະທາດຫົວເໜົ່າ 27 ອົງ ໄວ້ທີ່ພູເຂົາຫຼວງນັ້ນພຣະເຈົ້າຈັນທະບຸຣີປະສິດທິສັກ ເຈົ້ານະຄອນວຽງຈັນໄດ້ເປັນປະທານນຳພາສ້າງຂຶ້ນມີຮູບລັກສະນະເປັນອຸບມຸງພຣະອົງໄດ້ໃຫ້ກໍ່ອຸໂມງຫິນກວມ ໄວ້ ເຕົ້າຝາອຸໂມງທັງສີ່ດ້ານນັ້ນກວ້າງ ດ້ານລະ 5 ວາ ແລະ ໜາ 2 ວາ ລວງສູງໄດ້ 4 ວາ 3 ສອກ. ເມື່ອໄດ້ທຳການ ບັນຈຸ ພຣະບໍຣົມສະຣິກະທາດແລ້ວ (ກະດູກພະພຸດທະເຈົ້າ) ພຣະເຈົ້າຈັນທະບຸຣີ ຈຶ່ງໄດ້ມີອາຍາໃຫ້ເສນາອາມາດສ້າງວິຫານຂຶ້ນໃນວຽງຈັນ 5 ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາຂອງພຣະອໍຣະຫັນ 5 ອົງນັ້ນ. ປະຫວັດການສ້າງພຣະທາດຫຼວງຄັ້ງແຮກຕາມທີ່ ກ່າວໄວ້ໃນໜັງສືອຸຣັງຄະນິທານມີຂໍ້ຄວາມພຽງເທົ່ານີ້. ທາດໜ່ວຍທີ່ວ່ານັ້ນເວລານີ້ແມ່ນຢູ່ໃນພະທາດໃຫຍ່ທີ່ ເຮົາເຫັນຢູ່ໃນປະຈຸບັນນີ້ເອງ.
________________________________________
1. ຄາດວ່າແມ່ນເມືອງວຽງຈັນ
(ຂໍ້ສັນນິຖານ ຕີລາຄາທີ່ 1) ພຣະອໍຣະຫັນ 5 ອົງ ທີ່ໄດ້ນໍາເອົາ ພຣະບໍລົມມະທາດຂອງ ພຣະພຸດທະເຈົ້າ ມາຈາກເມືອງ ລາຊະຄຶ ປະເທດອິນເດຍ ພຣະທາດ ຫຼື ກະດູກຕ່າງໆທີ່ນຳມານັ້ນຄື ພຣະທາດຫົວເໜົ່າ 27 ອົງ, ທາດແຂ້ວຝາງ 7 ອົງ, ທາດຝ່າຕີນ ຂວາ 9 ອົງ. ເວລາພຣະອໍຣະຫັນ 5 ອົງມານັ້ນໄດ້ຜ່ານກາຍທາງ ເມືອງລະໂວ້(ລົບບຸລີ) ແລະ ເມືອງໂຄຣາດ ເພິ່ນໄດ້ ເອົາພຣະບໍຣົມທາດ ໄປ ບັນຈຸໄວ້ໃນທີ່ຕ່າງໆດັ່ງນີ້:
- ພຣະທາດຫົວເໜົ່າ ບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ (ເຂົ້າໃຈວ່າແມ່ນທາດຫຼວງນີ້ເອງ ເພາະໃນສິລາຈາລຶກທາດຫຼວງມີບັນທຶກ ຮຽກວ່າ ຄູຍຫະຖູປາໂຍ ແປວ່າ ພຣະທາດທີ່ລັບ ຫຼື ກະດູກສ່ວນລັບ ຄາດວ່າແມ່ນກະດູກ ຂະໂມມ ຄື ດູກຫົວເໜົ່າ ແຕ່ໃນໜັງສືຕຳນານພຣະທາດບັງພວນ ຢູ່ບ້ານຫ້ວຍບັງພວນ ຈັງຫວັດໜອງຄາຍ ທີ່ຂຽນເປັນອັກສອນທັມຮຽກວ່າ ພູເຂົາລວງ ຄຳວ່າລວງແປວ່ານາກ ດັ່ງນັ້ນພູເຂົາລວງ ອາດຈະແປວ່າ ໂພນນາກ ຫຼື ວ່າໂພນຂີ້ນາກກໍ່ໄດ້)
- ທາດ(ດູກ-ອັດຖິ)ຝ່າຕີນຂວາ ບັນຈຸໄວ້ທີ່ເມືອງຫຼ້າໜອງ ຄາຍ (ທາດໜອງຄາຍທີ່ພັງລົງແລ້ວ)
- ທາດ(ດູກ)ແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະ ທ່າຫໍແພ (ເຂົ້າໃຈວ່າແມ່ນບ້ານພະໂຄວຽງຄຸກ ຄືທາດບັງພວນ ທຸກມື້ນີ້).
• ສົມເດັດພຣະເຈົ້້າໄຊເສດຖາທິລາດຊົງສ້າງພະທາດຫຼວງຕໍ່ມາສະຕະວັດທີ 16 ຄ.ສ 2109 ພ.ສ 1566
ພາຍລຸນມານັບແຕ່ເປັນອານາຈັກລ້ານຊ້າງ ບຸກຄົນຜູ້ເປັນເຈົ້າວຽງຈັນແຕ່ສະໄໝພຣະຍາຟ້າງຸ່ມ ລົງມາເຖິງພຣະເຈົ້າໄຊຍະເຊດຖາທິຣາດ ມີ7ຄົນ (ຂໍ້ສັນນິຖານ ຕີລາຄາທີ່ 2) ແລະ ບັນດາທ່ານເຫຼົ່ານີ້ບໍ່ເຫັນກ່າວໄວ້ວ່າໄດ້ທຳການ ສ້ອມແປງ ທາດໜ່ວຍໃດເລີຍ. ຕໍ່ມາເມື່ອ ພ.ສ. 2103 (ຄ. ສ.1560) ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ໄດ້ລົງມາຕັ້ງ ນະຄອນວຽງຈັນ ຂຶ້ນເປັນຣາດຊະທານີຂອງປະເທດ ໃສ່ຊື່ວ່າ “ ນະຄອນຈັນທະບຸຣີສີສັດຕະນາ ຄະນະຫຸ ອຸດຕະມະ ຣາຊະທານີ”. ແລ້ວໃນວັນເພັງເດືອນອ້າຍ ຄສ1566 ພະເຈົ້າໄຊຍະເຊດຖາທິລາດໄດ້ນຳພາ ປະຊາຊົນລາວທັງສອງຟາກຝັ່ງແມ່ນໍ້າຂອງສ້າງພຣະທາດຫຼວງຂຶ້ນໂດຍການກໍ່ສ້າງກວມເອົາທາດນ້ອຍອົງເກົ່າ ຫຼື ເສົາຫີນທີ່ສັກສິດ ທີ່ມີມາແຕ່ບູຮານະການນັ້ນໃຫ້ເປັນສີສະຫງ່າແກ່ອານາຈັກລ້ານຊ້າງ; ການສ້າງທາດໃຫຍ່ນີ້ ເພີ່ນໄດ້ສ້າງທາດ ນ້ອຍອ້ອມເຕົ້າທາດໃຫຍ່ທັງ 4 ດ້ານ ລວມມີ 30 ໜ່ວຍ ເອີ້້ນວ່າ ສຳມະຕິງສະປາຣະມີ (ທາດປາຣະມີ) ຄືຄວາມ ໝາຍໃຫ້ຮູ້ວ່າ ຜູ້ທີ່ຈະໄດ້ເປັນພຣະພຸດທະເຈົ້ານັ້ນຈະຕ້ອງໄດ້ສ້າງສົມຄຸນງາມຄວາມດີ ຄົບຈຳນວນປາຣະມີ 30 ປະການຂອງພຣະພຸດທະເຈົ້ານັບແຕ່ມີທານະປາຣະມີເປັນຕົ້ນຈົນເຖິງອູບເປດຂາປະ ຣະມັດຖະປາຣະມີ ເປັນປະລິໂຍສານ ເປັນຕົ້ນ. ພາຍໃນທາດນ້ອຍ 30 ໜ່ວຍ ພະອົງໄດ້ເອົາຄຳຫຼໍ່ເປັນຮູບທາດ ແຕ່ລະໜ່ວຍ ໜັກ4ບາດບັນຈຸໄວ້ໃນທຸກໆທາດ ແລະ ຍັງມີຄຳຕີເຮັດອອກເປັນໃບລານໄດ້ 30 ແຜ່ນ ແຕ່ລະແຜ່ນ ຍາວສອກ ກຳຈາລຶກພະທັມຮອງລູກທາດນັ້ນໄວ້ທຸກໆໜ່ວຍ. ຂໍ້ຄວາມທີ່ຈາລຶກ ຢູ່ໃນໃບລານນັ້ນເປັນພາສາບາລີ ວ່າດັ່ງນີ້: “ເຍທັມມາ ເຫຕຸປະພະວາ ເຕສັງເຫຕຸງ ຕະຖາຄະໂຕ ເຕສັຍຈະໂຍ ນິໂຣໂທຈະ ເອວັງວາທີ ມະຫາ ສະມະໂນ” ແປວ່າ: “ທັມເຫຼົ່າໃດເກີດແຕ່ເຫດ ພຣະຕະຖາຄົດເຈົ້າຊົງສະແດງ ເຫດແຫ່ງທັມເຫຼົ່ານັ້ນ ແລະ ຄວາມດັບແຫ່ງທັມເຫຼົ່ານັ້ນ ພຣະມະຫາສະມະນະມີປົກກະຕິ”
ຫຼັງຈາກສ້າງສຳເລັດແລ້ວໄດ້ໃສ່ຊື່ວ່າ “ພຣະທາດເຈດີໂລກະຈຸລະມະນີ” ຕາມປາກົດໃນສີລາຈາລຶກ ຊຶ່ງມີຄວາມໝາຍໃນພາສາລາວວ່າ “ພຣະທາດແກ້ວຍອດໂລກ ຫຼື ພຣະທາດໃຫຍ່” ແຕ່ຄົນທັງຫຼາຍນິຍົມ ເອີ້ນກັນວ່າ “ພຣະທາດຫຼວງ” ທີ່ມີຄວາມໝາຍໃນທຳນອງດຽວກັບພຣະທາດໃຫຍ່.
________________________________________
(ຂໍ້ສັນນິຖານ ຕີລາຄາທີ່ 2) ເມື່ອຂຸນຣາມຄາໍແຫງໄດ້ຂຶ້ນເປັນເຈົ້າແຜ່ນດິນໃນເມືອງສຸໂຂໄທແລ້ວ ພຣະອົງໄດ້ເຮັດສິລາຈາລຶກ ບອກເຂດແດນເມືອງສຸໂຂໄທ ໄວ້ວ່າ “ເຂດແດນເມືອງສຸໂຂໄທນີ້ ດ້ານຕາເວັນອອກເຖິງເມືອງວຽງຈັນ ແລະ ວຽງຄາໍເປັນທີ່ແລ້ວ” ດັ່ງນີ້ ຕາມຈາລຶກນີ້ເປັນເວລາກ່ອນທີ່ພະຍາຟ້າງຸ່ມລົງມາຕີໄດ້ວຽງຈັນ ແລະ ວຽງຄາໍ ເຖິງ 72 ປີ. ສະນັ້ນ ຈຶ່ງເປັນອັນຮູ້ໄດ້ວ່າວຽງຈັນ ແລະ ວຽງຄາໍນີ້ເປັນເມືອງເກົ່າທີ່ມີຊື່ມາແລ້ວແຕ່ບູຮານນັບເປັນພັນໆປີ
• ການອອກແບບ ພຣະທາດຫລວງນີ້ ໄດ້ສ້າງຂຶ້ນ ແລະ ແຝງໄວ້ຊຶ່ງອຸດົມຄະຕິທາງວັນນະຄະດີລາວ
ທີ່ກ່າວເຖິງລັກສະນະຂອງເມືອງບູຮານ.
ການວາງແຜນຜັງຂອງຖານທີ່ຊ້ອນຫລຸດລັ່ນກັນ 3 ຊັ້ນນັ້ນ ໄດ້ກຳນົດກົດເກນຂຶ້ນຕາມແນວຄິດ ປັດຊະຍາທຳ (ໄຕຣພູມ) ຫລື ພູມິຈັກກະວານ ຊຶ່ງປະກອບດ້ວຍພົບພູມທັງສາມຄື:
• ຖານຊັ້ນ 1: ປຽບເຫມືອນໂລກະທາດ ຊັ້ນກາມາພົບພູມ (ໂລກມະນຸດ) =
ຖານລຸ່ມສຸດ ອັນເປັນຕີນທາດ ທາງດ້ານຕາເວັນຕົກ ແລະ ຕາເວັນອອກມີຄວາມຍາວດ້ານ ລະ 69 ແມັດ. ສ່ວນດ້ານເໜືອ ແລະ ດ້ານໃຕ້ຍາວດ້ານລະ 68 ແມັດ. ໃນຖານລຸ່ມນີ້ມີໃບສີມາ ອ້ອມຮອບທັງ 4 ດ້ານມີ 323 ໃບ ແລະ ມີຫໍໄຫວ້ ທັງ 4 ດ້ານ, ມີຂັ້ນໃດຂຶ້ນ ໄປຫໍໄຫວ້ທຸກໆຫໍ ແຕ່ຢູ່ ທາງຫໍໄຫວ້ດ້ານຕາເວັນອອກນັ້ນຢູ່ພັກເທິງຖັດຈາກຫໍໄຫວ້ຂຶ້ນໄປ ມີທາດນ້ອຍ ໜ່ວຍໜຶ່ງທີ່ປະກອບ ດ້ວຍລວດລາຍ ຢ່າງຈົບງາມທັງມີຫໍກວມໄວ້ສະເພາະອີກຫໍກວມທີ່ວ່ານີ້ກໍ່ ປະກອບດ້ວຍລວດລາຍ ຢ່າງວິຈິດບັນຈົງແທ້ມັນສະແດງໃຫ້ເຫັນເຖິງຄວາມສີວິໄລຂອງຍຸກສະໄໝຢ່າງຈະແຈງ.ທາດນ້ອຍທີ່ ວ່າານີ້ເພິ່ນຮ້ອງວ່າ "ທາດສີທຳມາຫາຍໂສກ" ເຊິ່ງອາດໝາຍຄວາມວ່າແມ່ນເຈດີໜ່ວຍໜຶ່ງໃນຈຳນວນ 84.000 ດ້ວຍທີ່ພະເຈົ້າອະໂສກມະຫາລາດໃຫ້ສ້າງຂຶ້ນໄວ້ໃນລະຫວ່າງ ພ.ສ 218-236 ນັ້ນ.
• ຖານຊັ້ນ 2: ປຽບເຫມືອນໂລກະທາດ ຊັ້ນ ຮູບພົບພູມ (ເທວະໂລກ) =
ຖັດຈາກຖານຫໍໄຫວ້ຂຶ້ນໄປ ຖານນີ້ມີ 4 ດ້ານ ຍາວດ້ານລະ 48 ແມັດ, ມີກາບດອກບົວໃຫຍ່ ອ້ອມຮອບທັງຫມົດ 120 ກາບ. ຢູ່ປາຍກາບດອກບົວໃຫຍ່ນັ້ນ ເພິ່ນເຮັດເປັນດູກາ ເສັ້ນລວດເປັນ ຂອບອ້ອມທັງ 4 ດ້ານ, ແລ້ວຕັ້ງໃບສີມາເທິງດູກນັ້ນ. ໃບສີມາໃນຖານນີ້ມີຈຳນວນ 228 ໃບ. ບ່ອນໃຈກາງໃບສີມາທຸກໆໃບ ເພິ່ນເຮັດເປັນໂກນ ( ຊອດ) ສຳລັບໃສ່ພະ ພິມໃບລະອົງ ໃນຖານນີ້ ເພິ່ນເຮັດປະຕູໂຂງໄວ້, ທາງຂຶ້ນຫໍໄຫວ້ທັງ 4 ດ້ານ ຢູ່ເທິງຫຼັງປະຕູໂຂງນີ້ເພິ່ນເຮັດເປັນຍອດຜາສາດ ຖັດຂອບໃບສີມາເຂົ້າໄປມີທາງອ້ອມຮອບທາດ. ຢູ່ຕາມທາງນີ້ເອງ ເພິ່ນກໍ່ທາດນ້ອຍລຽນໄປຕາມ ທາງມີຈຳນວນ 30 ໜ່ວຍ ດັ່ງກ່າວແລ້ວ ຢູ່ເຄິ່ງກາງເຕົ້າທາດນ້ອຍທັງ 30 ໜ່ວຍນີ້ເພິ່ນໄດ້ຂຽນ ໜັງສືພວກທາດໄວ້ທຸກໆໜ່ວຍນັ້ນກໍຮຽກຕາມປາລະມີທັງ 30 ຕາມທີ່ໄດ້ກ່າວມາຂ້າງເທິງນັ້ນເອງ.
• ຖານຊັ້ນ 3: ປຽບເຫມືອນໂລກະທາດ ຊັ້ນ ອະຮູບພົບພູມ (ພົມມະໂລກ) =
ຖານນີ້ແມ່ນອົງພຣະທາດໃຫຍ່ນັ້ນເອງ ຖານນີ້ກວ້າງດ້ານລະ 30 ແມັດ, ທາດຮູບໂອຂວ້ຳ (ມີລັກສະນະຄືກັນກັບ ພະທາດສັນຈິດຂອງພະເຈົ້າອະໂສກມະຫາລາດ ໃນປະເທດອິນເດຍ) ຢູ່ເທິງ ຖານຫຼັງເຕົ້າທາດຂຶ້ນໄປ ອັນເປັນຖານຕີນຂອງຍອດທາດນັ້ນ ມີຮູບເປັນ 4 ລຽມອ້ອມດ້ວຍກາບດອກ ບົວໃຫຍ່ເຊິ່ງມີປາຍກາບພວມບານອອກ, ຖັດຈາກກາບດອກ ບົວໄປເປັນເຕົ້າອີກເຕົ້າໜຶ່ງ ຈຶ່ງມີພັກ ເປັນຮູບໂບກຂວ້ຳໂບກຫງາຍຂຶ້ນໄປ ຖັດຂຶ້ນໄປເປັນພັກເຕົ້າສວ້ຍເຂົ້າອີກແລ້ວຈຶ່ງມີແອວຂັນ ຖັດຈາກ ແອວຂັນ ໄປເປັນເຕົ້າ ຈອມທາດ. ເຕົ້ານີ້ມີຮູບເປັນ 4 ລ່ຽມເຫວີຂຶ້ນເທິງໜ້ອຍໜຶ່ງ ຕໍ່ຈາກເຕົ້ານີ້ ບູຮານຮຽກວ່າ: ດວງປີ ( ດັ່ງມີໃນຄຳກອນບູຮານເວົ້າວ່າ: "ເຈດີດົ້ວ ດວງປີພົ້ນພຸ່ງ" ). ຢູ່ເທິງດວງປີ ຈຶ່ງແມ່ນ ເສດຕະສັດອັນເປັນຍອດທາດ.
ພະທາດຫຼວງນີ້ມີລວງສູງແທກແຕ່ດົນເຖິງຍອດໄດ້ 45 ແມັດ ພໍດີ, ອ້ອມພະທາດຫຼວງນີ້ເພິ່ນ ເຮັດກົມມະລຽນອ້ອມຮອບ ຕິດຈອດກັນທັງ 4 ດ້ານ ແລະ ມີປະຕູເຂົ້າທັງ 4 ດ້ານ. ກົມມະລຽນຍາວ ດ້ານລະ 91 ແມັດ, 75 ເຊັນ, ຝາພະນັງກົມມະນັ້ນເພິ່ນເຮັດເປັນປ່ອງຮູນົກຈິວໄວ້ໝົດທຸກດ້ານ.
ນອກກົມມະລຽນອອກມາທາງດ້ານເໜືອ ແລະ ດ້ານໃຕ້ ເພິ່ນສ້າງເປັນວັດສຳລັບພະສົງ ສາມະເນນຢູ່ອາໃສ ຮຽກວ່າວັດທາດຫຼວງເໜືອ ແລະ ວັດທາດຫຼວງໃຕ້.
ບັນດາອົງປະກອບທາງສະຖາປັດຕະຍະກຳ ທຸກພາກສ່ວນ ອັນປະກອບດ້ວຍ: ກົມມະລຽມ ແລະ ຊຸ້ມທາງເຂົ້າ, ຫໍໄຫວ້-ໃບສີມາ-ກາບບົວໃຫຍ່ ແລະ ພະທາດນ້ອຍ, ສັດສ່ວນ ແລະ ສິລະປະ ຂອງອົງພຣະທາດໃຫຍ່ ເຫລົ່ານີ້ ແມ່ນໄດ້ມີການອອກແບບ ໃຫ້ມີສັດສ່ວນຄວາມ ສວຍງາມຂອງ ແຕ່ລະສ່ວນ ແລະ ບໍ່ສາມາດຕັດແຍກອອກຈາກກັນໄດ້ ເມື່ອເວລາອົງປະກອບທາງສະຖາປັດຕະຍະ ກຳຮວມເຂົ້າກັນແລ້ວ ຈະເຮັດໃຫ້ ມີຄວາມອ່ອນຊ້ອຍ ສວຍງາມ ແລະ ກົມກືນກັນເປັນອັນຫນຶ່ງອັນ ດຽວກັນໄດ້ເປັນຢ່າງດີ ແລະ ລົງຕົວທີ່ສຸດ.
ພະທາດຫຼວງ ເປັນປູຊະນິຍະສະຖານອັນຍິ່ງໃຫຍ່ ເປັນເຈດີໃຫຍ່ ແລະ ງົດງາມທີ່ສຸດ ໃນປະເທດລາວ ຄວາມງົດງາມອັນອ່ອນຊ້ອຍນີ້ໄດ້ຮັບການຍົກຍ້ອງຈາກນັກບູຮານຄະດີ ວ່າເປັນດັ່ງອັນຍະມະນີແຫ່ງສະຖາປັດຕະຍະກຳລ້ານຊ້າງ ສະຖາປັດຕະຍະກຳແບບທາດ ພຣະຫຼວງນີ້ເປັນສິລະປະກຳລາວບູຮານໂດຍແທ້ ແລະ ໄດ້ບັນຈຸສິລະປະກຳລາວບູຮານໄວ້ ຢ່າງຄົບຖ້ວນເປັນເຫມືອນແວ່ນແຍງໃຫ້ເຮົາເຫັນເຖິງວິຖີຄວາມເປັນມາແຕ່ອາດີດ.
ພະທາດຫຼວງເປັນສັນຍາລັກຢັ້ງຢືນອັນເລິກເຊິ່ງ ແລະ ຊົງໄວ້ຄຸນປະໂຫຍດອັນມະຫາສານ ທາງດ້ານສິລະປະ, ສະຖາປັດຕະຍະກຳ, ປະຫວັດສາດ, ວິທາຍາສາດ ແລະ ວັນນະຄະດີ ຂອງຊາດ. ໄດ້ຢັ້ງຢືນມູນເຊື້ອຊອງຊົນຊາດລາວ ເຊິ່ງສາມາດອ້າງໄດ້ວ່າເປັນຊາດໜື່ງທີ່ເກົ່າແກ່ ມີພື້ນຖານ ວັດທະນະທຳ-ສິລະປະທີ່ສວຍສົດງົດງາມ ມີນ້ຳໃຈເອື້ອເຟື້ອເຜື່ອແຜ່ ອ່ອນໜ້ອມ ຖ່ອມຕົນ ມີຄວາມດຸໝັ່ນພາກພຽນ, ອົງອາດກ້າຫານ ມາຕັ້ງແຕ່ອະດີດກໍ່ຄືປະຈຸບັນ.
ສຳລັບຂໍ້ມູນເພີ່ມເຕີມ ໃນປີ 1976 ຫລັງຈາກປະເທດລາວໄດ້ຮັບການປົດປ່ອຍ ລັດຖະບານ ແຫ່ງ ສປປ ລາວ ໄດ້ ບູລະນະສ້ອມແປງພະທາດຫລວງຄືນໃໝ່ ໂດຍສະເພາະ ລໍ່ທອງເຮັດຍອດພະທາດໃໝ່, ເຮັດສາຍເຫຼັກກ້າ ດູດກັນຟ້າຜ່າ, ທັບປະທາຍເກົ່າ ທີ່ໂຕພະທາດຊຳລຸດຊຸດໂຊມ ແລະ ຝອກສີຄຳຕົວພະທາດໃຫ່ຍ ແລະ ພະທາດນ້ອຍ 30 ອົງ ດັ່ງທີ່ເຫັນໃນປະຈຸບັນ.
ຂໍ້ມູນອ້າງອີງ:
• ປະຫວັດພຣະເຈດີໂລກະຈຸລາມານີ ຊຸດມໍລະດົກວຽງຈັນ ໂດຍ ສີລາ ວິລາວົງ
• ພະຍາຟ້າງຸ່ມແຫ່ງຫຼ້າທໍລະນີຜູ້ນຳສະຖາປະນາອານາຈັກລ້ານຊ້າງເອກະພາບ ຄົບຮອບ 650ປີ
• อุรังคธาตุ (ตำนานพระธาตุพนม) ที่ระลึกในงานพระราชทานเพลิงศพ อ. ต. หลวงประชุมบรรณสาร (พิณ เดชะคุปต์)
• Henri Parmentier. (1954). L’ Art Du Laos, Hanoi : Ecole Francaise D’ Extreme-Orient
•Houmphet manisouk