14/10/2025
❌ຢ່າເຊື່ອ❌
ຮັບເສຍພາສີລົດນຳເຂົ້າບໍ່ຖືກຕ້ອງໃນລາຄາຖືກ! ອາດຕົກເປັນເຫຍື່ອ
—————————————————————————-
🔹ປັດຈຸບັນເກີດມີປະກົດການໂຄສະນາຮັບເສຍພາສີລົດນຳເຂົ້າບໍ່ຖືກຕ້ອງ ( ລົດເຖື່ອນ ) ຜ່ານສື່ສັງຄົມອອນລາຍຫຼາຍສົມຄວນ ໂດຍສະ ເພາະການເສຍພາສີລົດໃນລາຄາຖືກຕໍ່າກວ່າຄວາມເປັນຈິງຕາມກົດ ໝາຍກຳນົດໄວ້! ທ່ານອາດຈະຕົກເປັນເຫຍື່ອຂອງກຸ່ມຄົນທີ່ຫຼອກລວງຫວັງຜົນປະໂຫຍດ, ຊຶ່ງການແກ້ໄຂຍານພາຫະນະນໍາເຂົ້າບໍ່ຖືກຕ້ອງເຈົ້າຂອງພາຫະນະຕ້ອງໄດ້ເຂົ້າມາແຈ້ງເສຍພາສີດ້ວຍຕົນເອງຢູ່ພາສີປະຈຳແຂວງ, ນະຄອນຫຼວງ, ຕາມຄໍາແນະນໍາ ສະບັບເລກທີ 2063/ກງ,ລົງວັນທີ 04 ກໍລະກົດ 2025.
👉 ໂດຍທ່ານສາມາດຄິດໄລ່ ຄ່າພາສີລົດລວມມີຄ່າພາສີ-ອາກອນ ແລະ ຄ່າປັບໃໝພື້ນຖານດ້ວຍຕົນເອງ...ລາຍລະອຽດດັ່ງລຸ່ມນີ້:
🔹ຕົວຢ່າງ 1: ຍານພາຫະນະທິ່ຜະລິດປີ 2022 ລົດກະບະໂຕໂຢຕ້າ 4 ປະຕູ (4x4), ລຸ້ນ: ລີໂວ້, ຈັກກາຊວນ, ຄວາມແຮງ 2.800CC, ປີຜະລິດ 2022 ຖານລາຄາຊື້-ຂາຍຕົວຈິງ (ໃນລະບົບ ASYCUDA) ແມ່ນ 16,940$. ອີງຕາມ (ຕາຕະລາງ 7) ອັດຕາສ່ວນຫັກຄ່າຫຼຸ້ຍຫ້ຽນແມ່ນ 34% ຍັງເຫຼືອຕົວຈິງ 66% ເທົ່າກັບ 11,180.40$ ຂອງອາຍຸການໃຊ້ງານ 3 ປີ (ອັດຕາແລກປ່ຽນ 1$ ເທົ່າກັບ 21,639 ກີບ) ມູນຄ່າແຈ້ງພາສີເທົ່າກັບ 241,932,700 ກີບ.
ກ. ຄ່າພາສີ 30% = 241,932,700 x 30% =72,579,900 ກີບ
ຂ. ຄ່າ ອກຊ 41%= (241,932,700+72,579,900) x 41% = 128,950,200 ກີບ
ພື້ນຖານຄິດໄລ່ ອກລ 15%= (241,932,700 + 72,579,900+128,950,200)x15%= 66,519,420 ກີບ
ຄ. ຄ່າ ອມພ 10% (241,932,700+72,579,900+128,950,200+66,519,420) X 10% = 50,998,300 ກີບ
ງ. ຄ່າ ອກລ 20% =66,519,420 x 20% =13,303,900 ກີບ
ລວມຄ່າພາສີ-ອາກອນ = ກ+ຂ+ຄ+ງ = 265,832,300 ກີບ.
ຈ. ປັບໃໝ 150% ຂອງຄ່າພາສີ = 72,579,900 x 150% =108,869,900 ກີບ
ສ. ປັບໃໝ 50% ຂອງ ຄ່າ ອກຊ= 128,950,200 x 50% = 64,475,100 ກີບ
ຊ. ປັບໃໝ 50% ຂອງ ຄ່າ ອມພ= 50,998,300 x 50% =25,499,200 ກີບ
ຍ. ປັບໃໝ 50% ຂອງ ຄ່າ ອກລ= 13,303,900 x 50% =6,652,000 ກີບ
ລວມຄ່າປັບໃໝ ຈ+ສ+ຊ+ຍ = 205,496,200 ກີບ
—————————————————————————-
ລວມຄ່າເສຍພາສີທັງໝົດທີ່ຕ້ອງຈ່າຍ= 265,832,300 + 205,496,200 =471,678,500 ກີບ
🔹 ສາມາດສອບຖາມຂໍ້ມູນເພີ່ມເຕີ່ມ ຫຼື ແຈ້ງເສຍພາສີລົດໃນຂອບເຂດທົ່ວປະເທດ ໄດ້ທີ່ພາສີ ປະຈຳແຂວງ/ນະຄອນຫຼວງວຽງຈັນ.
📲 ສອບຖາມຂໍ້ມູນເພີ່ມເຕີມ ສາຍດ່ວນກະຊວງການເງິນ 1519
#ພາສີ #ແກ້ໄຂລົດບໍ່ຖືກຕ້ອງ #ກົມພາສີ
———————————————-———————
ສາມາດຕິດຕາມຂ່າວສານກະຊວງການເງິນໄດ້ດັ່ງນີ້:
Website: www.mof.gov.la
YouTube: ຂ່າວສານ ກະຊວງການເງິນ ແລະ M*F Lao
Tiktok : ກະຊວງການເງິນ
ຕິດຕໍ່ປະສານງານໂຄສະນາ : 021 417741