03/10/2025
ຈັບສອງຜົວເມຍຂົນສົ່ງຢາເສບຕິດ ພ້ອມພັກພວກ ແລະ ຍຶດຂອງກາງຢາບ້າ 1,280,000 ເມັດ.
ໃນວັນທີ 6 ສິງຫາ 2025 ເວລາປະມານ 3 ໂມງ ເຈົ້າໜ້າທີ່ວິຊາສະເພາະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ລົງມ້າງເປົ້າໝາຍຂົນສົ່ງຢາເສບຕິດຄູ່ຜົວເມຍ ຊື່ທ. ໂຕໂລນີ ຫຼື ໂຕ້ ອາຍຸ 35 ປີ ແລະ ນ.ຕຸ່ນຄຳ ອາຍຸ 32 ປີ, ປະຊາຊົນບ້ານຊຽງຄວນ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ພ້ອມຍຶດຢາບ້າ 1.280.000 ເມັດ, ຄໍລາເຈັນປະສົມສານເສບຕິດ 38 ຊອງ ແລະ ຢາສູບໄຟຟ້າ 365 ຫຼອດ ຢູໃນລົດເກັງໝາຍເລກທະບຽນ ກຮ 9777 ນະຄອນຫຼວງວຽງຈັນ ທີ່ຈອດຢູ່ເຮືອນຂອງພວກກ່ຽວ, ພ້ອມນຳກັກຕົວພວກຮ່ວມຂະບວນການ ໄດ້ອີກ 4 ຄົນມາດຳເນີນຄະດີ.
ຜ່ານການສືບສວນສອບສວນ ທ.ໂຕໂລນີ ໄດ້ສາລະພາບວ່າ: ຢາເສບຕິດທີ່ເຈົ້າໜ້າທີ່ກວດພົບແມ່ນກຳລັງຈະຂົນສົ່ງໄປຍັງປະເທດເພື່ອນບ້ານ, ນອກນີ້ຍັງສາລະພາບຕື່ມວ່າຕົ້ນເດືອນມິຖຸນາ 2025 ມີຊາຍຄົນໜຶ່ງຊັກຊວນໃຫ້ຂົນຢາໄປສົ່ງທີ່ປະເທດເພື່ອນບ້ານ ໂດຍໃຊ້ເຮືອນຂອງຕົນເປັນຈຸດພັກຢາ ໂດຍໄດ້ຮັບຄ່າຈ້າງຄັ້ງລະ 2.000 ບາດ, ຕົນຈຶ່ງໄດ້ຕອບຕົກລົງ ແລະ ໄດ້ຮ່ວມກັນເອົາຢາຂ້າມໄປປະເທດເພື່ອນບ້ານຫຼາຍຄັ້ງ.
ຄັ້ງຫຼ້າສຸດແມ່ນເວລາ 14 ໂມງຂອງວັນທີ 5 ສິງຫາ 2025 ໄດ້ຕົກລົງຈະຂົນສົ່ງຢາເສບຕິດ ຂ້າມໄປປະເທດເພື່ອນບ້ານອີກ, ພໍຮອດເວລາ 23 ໂມງຂອງວັນດຽວກັນ ມີຊາຍສອງຄົນບໍ່ຊາບຊື່ ຂັບລົດເກັງ ກຮ 9777 ນະຄອນຫຼວງວຽງຈັນ ມາເຮຶອນຂອງຕົນ ເພື່ອລໍຖ້າຮອດໂມງຂົນຢາ, ຈົນຮອດວັນທີ 6 ສິງຫາ ເວລາປະມານ 3 ໂມງ ພວກກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວ, ສ່ວນອີກເປົ້າໝາຍຈຳນວນໜຶ່ງທີ່ຢູ່ຮ່ວມກັນ ແມ່ນໄດ້ເອົາຕົວຫຼົບໜີ, ຜ່ານການສືບສວນ 2 ຜົວເມຍຄູ່ດັ່ງກ່າວ ຈຶ່ງສາມາດສືບສວນຫາພວກຮ່ວມຂະບວນການໄດ້ຕື່ມອີກ 4 ຄົນ ມາຮອດວັນທີ 26 ສິງຫາ ຈຶ່ງສາມາດກັກຕົວທ.ກິດສະຕັນ ປະຊາຊົນ ບ້ານໂຄກຊາຍ, ທ້າວ ກັນຍາ ຫຼື ແຊມ ປະຊາຊົນບ້ານທ່າເດື່ອ ແລະ ວັນທີ 27 ສິງຫາ 2025 ໄດ້ເຂົ້າກັກຕົວໄດ້ 2 ຄົນ ຊື່ທ້າວ ອາງຸ່ນ ແລະ ທ້າວ ທະວີໄຊ ຫຼື ກ໊ອບ ຢູ່ບ້ານສີຖານໃຕ້, ທັງ 4 ຄົນ ແມ່ນຢູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
++++++++++++++++++++++++++++
©️ປກສ ນວ