10/11/2025
ຂອບໃຈທຸກແຮງເຊຍຄົນລາວທຸກຄົນເດີ້ 🇱🇦
ປະຫວັດສາດໜ້າໃໝ່‼ LEON Esports ສາມາດຄວ້າແຊ້ມລຸ່ມແມ່ນ້ຳຂອງ ສະໄໝທີ 2 ຂອງຄົນລາວ ໃນລາຍການ MCCM Season 6!
ສຽງເຊຍດັງກ້ອງສະໜັ່ນສະຖານທີ່ແຂ່ງຂັນທີ່ນະຄອນຮາໂນ່ຍ! ໃນທີ່ສຸດ, LEON Esports, ໜຶ່ງໃນສະໂມສອນອີສະປອດຊັ້ນນຳຂອງ ສປປ ລາວ, ກໍໄດ້ສ້າງຊື່ສຽງໃຫ້ປະເທດຊາດ ອີກຄັ້ງຢ່າງຍິ່ງໃຫຍ່, ຫຼັງຈາກຕໍ່ສູ້ຢ່າງສຸດຄວາມສາມາດ ແລະ ຖະຫຼົ່ມ Saigon Phantom (SGP) ທີມຕົວເກັ່ງແຊ້ມຈາກເຈົ້າພາບຈາກຫວຽດນາມ ໄປຢ່າງຂາດລອຍ 4-2 ເກມ ໃນຮອບຊິງຊະນະເລີດ.
ພວກເຂົາສ້າງຄວາມພູມໃຈ ຄວ້າແຊ້ມລາຍການ M Challenge Cup Mekong Season 6 (MCCM SS6) ທີ່ຈັດຂຶ້ນໃນລະຫວ່າງວັນທີ 5-9 ພະຈິກ 2025 ແລະ ຄວ້າທັງເງິນລາງວັນ 3,000 ໂດລາສະຫະລັດ ແລະ ສິດອັນຊົງກຽດໃນການເປັນຕົວແທນພາກພື້ນ ເພື່ອໄປແຂ່ງຂັນຕໍ່ໃນຮອບ Wildcard ຂອງ M7 World Championship (ຊິງແຊ້ມໂລກ ຄັ້ງທີ 7) ທີ່ປະເທດອິນໂດເນເຊຍ ໃນປີ 2026.
ຈາກທີມຮອງ ສູ່ຕຳນານ "ແຊ້ມ ສະໄໝທີ 2 ຂອງຄົນລາວ"
ເສັ້ນທາງສູ່ແຊ້ມນີ້ ບໍ່ໄດ້ໂຮຍດ້ວຍກີບກຸຫຼາບ. ຈາກທີມນ້ອຍໆ ທີ່ມີພຽງຄວາມຝັນອັນຍິ່ງໃຫຍ່ ຂອງ ຜູ້ນຳສະໂມສອນ ພາຍຫຼັງ ຖືກຮັບຮອງເປັນທາງການ ໄດ້ບໍ່ຮອດສອງປີ, ພ້ອມຄວາມຝັນບັນດາຄູຝຶກ ແລະ ນ້ອງໆນັກກິລາແຕ່ລະຄົນ, ຜູ້ທີ່ເຄີຍເປັນ "ທີມຮອງ" ໃນສາຍຕາຂອງຫຼາຍຄົນໃນເວທີລະດັບປະເທດ ແລະ ສາກົນ. ປີນີ້ພວກເຂົາໄດ້ພິສູດໃຫ້ເຫັນແລ້ວວ່າ ພວກເຂົາເຕີບໃຫຍ່ຂຶ້ນສໍ່າໃດ.
ໄຊຊະນະຄັ້ງນີ້ ບໍ່ແມ່ນພຽງຄວາມສຳເລັດຂອງສະໂມສອນ, ແຕ່ມັນຄືການສືບຕໍ່ຄວາມພູມໃຈ ຈາກລຸ້ນອ້າຍ Niightmare Esports ທີ່ໄດ້ເປັນແຊ້ມເຄີຍສ້າງຊື່ສຽງໄວ້ໃນ MCCM SS5 ແລະ ຜ່ານເຂົ້າ Wind Card ໃນ MSC 2025 ປີທີ່ຜ່ານມາ, ສະແດງໃຫ້ເຫັນເຖິງການພັດທະນາຢ່າງຕໍ່ເນື່ອງຂອງວົງການອີສະປອດລາວ.
ແລະ ທີ່ສຳຄັນທີ່ສຸດ... ມັນຄືການເຕີມກຳລັງໃຈອັນມະຫາສານ ກ່ອນທີ່ນັກກິລາຊຸດນີ້ ຈະໃສ່ເສື້ອ "ທີມຊາດລາວ" ຢ່າງເຕັມພາກພູມ ເພື່ອລົງແຂ່ງຂັນໃນມະຫາກຳກິລາ ຊີເກມ 2025 (SEA Games) ທີ່ປະເທດໄທ ໃນເດືອນທັນວານີ້.